ບົດທີ
1
ນຳສະເໜີກ່ຽວກັບ
ICT
( introduction to information and communication technology )
1.ວິວັດທະນາການຂອງການສື່ສານ
( Evolution of communication )
ໃນປະຈຸບັນນີ້ເຮົາສາມາດຕິດຕໍ່ສື່ສານກັບຄົນທົ່ວໂລກໄດ້ສະດວກຫຼາຍ
ແຕ່ກວ່າຈະມາເຖິງວັນນີ້ໄດ້ ການສື່ສານໄດ້ມີວິວັດທະນາການມາຫຼາຍຍຸກຫຼາຍສະໄໝຜູ້ຂຽນຈະກ່າວເຖິງວິວັດທະນາການຂອງການສື່ສານຕັ້ງແຕ່ຍຸກຂອງມະນຸດດັ່ງນີ້:
ໄລຍະທີ 1:
ການສື່ສານໄລຍະໄກຂອງມະນຸດໃນຍຸກທໍາອິດອາດຈະເປັນການຕີກອງ, ເຄາະໄມ້
ການຮ້ອງສົ່ງສຽງເປັນຈັ່ງຫວະ ແລະ ການສົ່ງສັນຍານຄວັນໄຟ.
ຮູບທີ 1
ການສື່ສານດ້ວຍການຕີກອງໃຫ້ສັນຍານ
ຮູບທີ 2 ການສົ່ງສຽງເປັນຈັ່ງຫວະ
ຮູບທີ 3
ການສື່ສານດ້ວຍສັນຍານຄວັນໄຟ
ເມື່ອມະນຸດຮູ້ຈັກວິທີການຂຽນໝັງສື
ກໍ່ມີການຄິດວິທີການສື່ສານກັນແບບໃໝ່ ໂດຍ ການຝາກຈົດໝາຍໄປກັບນົກພິລາບ ຫຼື
ການສົ່ງຈົດໝາຍໄປກັບມ້າໄວ
ຮູບທີ 4
ການສື່ສານກັນໂດຍການຂຽນຈົດໝາຍໃສ່ເຈ້ຍແລ້ວຜູກຕິດກັບຂານົກພິລາບ
ຮູບທີ 5 ການສື່ສານໂດຍໃຊ້ມ້າໄວ
ຖືຈົດໝາຍໄປສົ່ງຕາມຕົວເມືອງຕ່າງໆ
ໄລຍະທີ 2
ລະຫັດໜອດ
ຕໍ່ມາເມື່ອມີການຜະລິດກະແສໄຟຟ້າໄດ້
ກໍ່ເກີດການປະຕິບັດການສື່ສານຂຶ້ນໂດຍມະນຸດສາມາດຕິດຕໍ່ສື່ສານກັນໄດ້ໂດຍບໍ່ຕ້ອງເດີນທາງໄປຫາກັນ
ບໍ່ຕ້ອງຕີກອງ, ເຄາະໄມ້ ບໍ່ຕ້ອງສົ່ງສັນຍານຄວັນໄຟ ບໍ່ຕ້ອງໃຊ້ມ້າໄວ ບໍ່ຕ້ອງໃຊ້ນົກພິລາບເມື່ອມີການຜະລິດກະແສໄຟຟ້າໄດ້,ການສື່ສານໄລຍະໄກກໍ່ໄດ້ມີການພັດທະນາຕາມເຕັກໂນໂລຊີໃໝ່ໂດຍ
ແຊມມວນໝອດ ນັກວິທະຍາສາດຊາວອາເມລິກາ ເປັນຄົນທຳອິດທີ່ຄິດວິທີການສື່ສານສະໄໜໃໝ່ (
ໃນຕອນນັ້ນ) ໂດຍການສົ່ງສັນຍານໄປຕາມສາຍ ໝອດໄດ້ກຳນົດລະຫັດຂຶ້ນມາໃຊ້ໃນການສື່ສານ
ດ້ວຍການສົ່ງກະແສໄຟຟ້າໃຫ້ໄຫຼໄປຕາມສາຍໄຟຟ້າ ແລະ ກຳນົດໃຫ້ມີຈັ່ງຫວະຂອງການໄຫຼຍາວແດ່
ສັ້ນ ແດ່ ເປັນຈັ່ງຫວະ
ແລ້ວນັດໝາຍກັບຝ່າຍຮັບປາຍທາງວ່າລະຫັດແຕ່ລະຕົວໝາຍເຖິງຕົວອັກສອນຕົວໃດເຊັ່ນ ກະແສໄຟຟ້າທີ່ໄຫຼເປັນຈັ່ງຫວະຍາວ-ສັ້ນ
ໝາຍເຖິງຕົວອັກສອນ ( ກ ) ເປັນຕົ້ນ ການສົ່ງສັນຍານໃນແບບລະຫັດນີ້ເອີ້້ນວ່າການສົ່ງໂທລະເລກ
ທ່ານຜູ້ອ່ານທີ່ມີອາຍຸຕັ້ງແຕ່ 40 ຂຶ້ນໄປຄົງເຄີຍສົ່ງໂທລະເລກ ການສົ່ງໂທລະເລກໃນຍຸກທຳອິດເປັນການສົ່ງຂໍ້ຄວາມໃນຮູບແບບຂອງລະຫັດ
ສັ້ນ-ຍາວດັ່ງທີ່ກ່າວໄປແລ້ວ ລະຫັດທີ່ໃຊ້ໃນການສົ່ງໂທລະເລກເອີ້ນວ່າ: ລະຫັດໝອດ.
ລະຫັດໜອດກໍານົດຂຶ້້ນມາໂດຍສັນຍານພຽງສອງລັກສະນະເທົ່ານັ້ນຄື:
ສັນຍານໄຟສັ້ນ ກັບ ຍາວ ເຊິ່ງຈະແທນດ້ວຍ . ກັບ - ( ຈໍ້າເມັດ ກັບ ຂີດ ) ຈໍ້າເມັດ
ເກີດຈາກການກໍານົດຄັນເຄາະໃນຊ້ວງເວລາສັ້ນໆ
ສ່ວນຂີດເກີດຈາກການກົດຄັນເຄາະໄວ້ເປັນເວລາດົນນານ ໝອດນຳເອົາສະຫັດ ຈໍ້າເມັດນີ້ມາປະສົມກັນແລ້ວກໍານົດເປັນລະຫັດສັນຍານໂທລະເລກຂອງຕົວອັກສອນຕ່າງຂຶ້້ນມາ.
ໄລຍະທີ 3 :
ການສົ່ງໂທລະເລກ
ໃນການສົ່ງໂທລະເລກຈະຕ້ອງມີຄົນເຄາະຄັນເຄາະເພື່ອສົ່ງກະແສໄຟຟ້າໃນຮູບຂອງສັນຍານສັ້ນ-ຍາວສະລັບກັນໄປສັນຍານນີ້ຈະເດີ່ນໄປຕາມສາຍໂທລະເລກເບິ່ງຮູບຄັນເຄາະສັນຍານໂທລະເລກຈາກຮູບທີ
6
ຮູບທີ 6
ຄັນເຄາະສັນຍານໂທລະເລກແບບໝອດ
ແລະ ໃນການສົ່ງໂທລະເລກເຈົ້າໜ້າທີ່ຕ້ອງຈຳລະຫັດຂອງຕົວອັກສອນ
ແລະ
ເນື້້ອໃນໄດ້ທຸກຕົວຢ່າງເປັນຢ່າງດີຈິ່ງສາມາດສົ່ງໂທລະເລກໄດ້
ເບິ່ງຮູບການສົ່ງໂທລະເລກຂອງພະນັກງານໂທລະເລກຈາກຮູບທີ 7
ຮູບທີ 7 ພະນັກງານໂທລະເລກກຳລັງເຄາະຄັນເຄາະເພື່ອສົ່ງໂທລະເລກດ້ວຍລະຫັດໝອດ
ຕໍ່ມາໄດ້ມີການນໍາເອົາລະຫັດໝອດນີ້ມາປະຍຸກໃຊ້ໃນການສົ່ງສັນຍານໄຟ
ໂດຍການເປີດ-ປິດໄຟເປັນຈັ່ງຫວະສັ້ນ-ຍາວ ລະລັບກັນໄປ ຖ້າເປີດໄຟດົນ
ແສງຈາກດວງໄຟຈະເອີ້ນວ່າ ແສງວາບ ຖ້າເປີດໄຟຊ້ວງເວລາສັ້ນໆແສງໄຟຈະເອີ້ນວ່າ ແສງວັບ.
-
- .
|
ສັນຍານໄຟຈະອ່ານວ່າ ວາບ ວາບ ວັບ
|
ແທນດ້ວຍຕົວ ກ
|
-
. - .
|
ວາບ ວັບ ວາບ ວັບ
|
ແທນດ້ວຍຕົວ ຂ
|
-
. -
|
ວາບ ວັບ ວາບ
|
ແທນດ້ວຍຕົວ ຄ
|
-
. - - .
|
ວາບ ວັບ ວາບ ວາບ ວັບ
|
ແທນດ້ວຍຕົວ ງ
|
-
. . - .
|
ວາບ ວັບ ວັບ ວາບ ວັບ
|
ແທນດ້ວຍຕົວ ຈ
|
-
- - -
|
ວາບ ວາບ ວາບ ວາບ
|
ແທນດ້ວຍຕົວ ສ
|
ໄລຍະທີ 4
ເຄື່ອງໂທພິມ
ເນື່ອງຈາກສື່ສານກັນດ້ວຍເລກຂ້ອນຂ້າງຍາກ ແລະ
ຕ້ອງໃຊ້ຜູ້ທີ່ຊໍານານເນື່ອງຈາກຜູ້ຮັບ ຫຼື ຜູ້ສົ່ງຈະຕ້ອງຈໍາລະຫັດໃຫ້ໄດ້ທຸກຕົວຕັ້ງແຕ່
ກ ຈົນຮອດ ຮ ແລະ ສະຫຼະທຸກຕົວ ຫຼື
ເຖິງເຈົ້າໜ້າທີ່ບາງຄົນຈະຈຳລະຫັດໄດ້ທຸກຕົວ ແຕ່ບາງຄົນກໍ່ບໍ່ສາມາດຮັບຂໍ້ຄວາມໄດ້
ເນື່ອງຈາກສັນຍານເຫຼົ່ານີ້ຈະມາຢ່າງໄວວາ ແລະ ຕໍ່ເນື່ອງ
ຖ້າບໍ່ຊຳນານຈະບໍ່ສາມາດຮັບຂໍ້ຄວາມເຫຼົ່ານີ້ໄດ້ ຕໍ່ມາເມື່ອວິທະຍາການກ້າວໜ້າຂຶ້ນ
ໄດ້ມີການປະດິດເຄື່ອງພິມເພື່ອເຮັດໜ້າທີ່ໃນການສົ່ງ ແລະ ຮັບໂທລະເລກແທນຄົນ
ເຄື່ອງໂທພິມນີ້ກໍ່ໃຊ້ຫຼັກການເຮັດວຽກເຊັ່ນດຽວກັນກັບໂທລະເລກແຕ່ຜູ້ໃຊ້ບໍ່ຈຳເປັນຕ້ອງຈຳລະຫັດຕົວອັກສອນຕ່າງໆ
ໃນການສົ່ງໂທລະເລກດ້ວຍເຄື່ອງໂທພິມ
ຜູ້ສົ່ງກໍ່ພຽງແຕ່ພິມຕົວອັກສອນທີ່ຕ້ອງການສົ່ງໂທລະເລກດ້ວຍເຄື່ອງໂທພິມ
ຜູ້ສົ່ງກໍ່ພຽງແຕ່ພິມຕົວອັກສອນທີ່ຕ້ອງການສົ່ງລົງໄປໃນເຄື່ອງໂທພິມ
ເຄື່ອງໂທພິມກໍ່ຈະເຈາະຮູເທິງແຖບເຈ້ຍໃຫ້ເປັນລະຫັດໜອດ ດັ່ງຮູບລຸ່ມນີ້
ຮູບທີ 8
ເຄື່ອງແຖບເຈ້ຍເຈາະຮູນີ້ເຄື່ອນທີ່ຜ່ານເຄື່ອງສົ່ງໂທລະເລກ
ການສົ່ງໂທລະເລກດ້ວຍເຄື່ອງໂທພິມກໍ່ພຽງແຕ່ນຳແຖບເຈ້ຍທີ່ເຈາະຮູແລ້ວດັ່ງຮູບເທິງ
ນີ້ ໄປປ້ອນໃຫ້ກັບເຄື່ອງສົ່ງໂທພິມ ເຄື່ອງສົ່ງໂທພິມກໍ່ຈະສົ່ງເປັນສັນຍານໂທລະເລກອອກໄປ
ເຄື່ອງພິມໂທພິມມີລັກສະນະດັ່ງຮູບລຸ່ມນີ້
ນັ້້ນອາດກ່າວໄດ້ວ່າເຄື່ອງສົ່ງໂທພິມກໍ່ຄືເຄື່ອງສົ່ງໂທລະເລກທີ່ບໍ່ຕ້ອງໃຊ້ເຈົ້າທີ່ເຄາະຄັນເຄາະເໜືອນກັບການສົ່ງໂທລະເລກໃນຮູບເທິງ
ຮູບທີ 9 ເຄື່ອງໂທພິມສໍາລັບສົ່ງໂທລະເລກ
ຖ້າຖາມວ່າການສົ່ງສັນຍານດ້ວຍສະຫັດໝອດໃນປະຈຸບັນນີ້ຍັງມີການໃຊ້ຢູ່
ຫຼື ບໍ່ ທ່ານຜູ້ຮຽນຄິດວ່າ ( ມີ ອາດຈະມີ
ບໍ່ມີ ) ທ່ານຜູ້ຮຽນທີ່ຕອບວ່າບໍ່ມີ ຜິດ ເຖິງແມ່ນວ່າໃນປະຈຸບັນເຕັກໂນໂລຊີຕ່າງໆຈະກ້າວໜ້າໄປຫຼາຍ
ແຕ່ໃນປັດຈຸບັນການສົ່ງສັນຍານດ້ວຍສະຫັດໝອດກໍ່ຍັງມີການໃຊ້ຢູ່ ຕົວຢ່າງ
ເຊັ່ນໃນທາງທະຫານຍັງມີການຕິດຕໍ່ສື່ສານກັນໂດຍໃຊ້ລະຫັດໝອດ ຫຼື ສັນຍານໄຟ
ເນື່ອງຈາກໃນຍາມສຸກເສີນ ຫຼື ໃນຍາມສົງຄາມ ການສື່ສານໃນລະບົບອື່ນໆອາດຖືກຕັດຂາດ
ການສື່ສານທາງສັນຍານໄຟ ຫຼື ສັນຍາໝອດກໍ່ຈະຖືກນຳມາໃຊ້ແທນໄດ້ ຫຼື ເວົ້າງ່າຍວ່າ
ຖ້າມີການສື່ສານຫຼາຍຮູບແບບອາດຈະດີກ່າວທີ່ຈະມີການສື່ສານຮູບແບບດຽວ
ຈາກພັດທະນາການຂອງການສື່ສານຈະສັງເກດເຫັນວ່າການສື່ສານດ້ວຍລະຫັດໝອດກໍ່ພັດທະນາມາຈາກການສື່ສານດ້ວຍສັນຍານຄວັນໄຟ
ຫຼື ສັນຍານການຕີກອງ, ເຄາະໄມ້ນັ້ນເອງ ເຖິງວ່າໂທລະເລກຈະເປັນການສື່ສານທີ່ໄວຫຼາຍ
ເພາະວ່າ
ສົ່ງປຶບກໍ່ເຖິງປັບແຕ່ການສົ່ງໂທລະເລກກໍ່ຍັງບໍ່ຄ່ອຍສະດວກເພາະວ່າເປັນການສົ່ງຕົວອັກສອນທີ່ລະຕົວ
ແລະ ຫຼາຍຄັ້ງທີ່ຜູ້ຮັບແປລະຫັດຜິດ ແລະ ເກີດຜົນເສຍຫາຍ.
ໄລຍະທີ
5 ໂທລະສັບ
ຕໍ່ມາເມື່ອນັກວິທະຍາສາດສາມາດແປງສຽງເວົ້້າໃຫ້ເປັນສັນຍານໄຟຟ້າໄດ້
ອາເລັກຊັນເດີ ເກຣແຮມ ເບລ
( Alexander Graham Ble,ເກີດ 3/3/1847 -ຕາຍ
2/8/1922 ຄົນປະເທດສະກອ໋ດແລນ) ຈິ່ງໄດ້ປະດິດໂທລະສັບຂຶ້ນ ແລະ ໂທລະສັບຈະມີການປ່ຽນສັນຍານສຽງໃຫ້ເປັນສັນຍານໄຟຟ້າສົ່ງໄປຕາມສາຍໂທລະສັບ
ແລ້ວໂທລະສັບປາຍທາງຈະເຫັນໜ້າທີ່ແປງສັນຍານໄຟຟ້ານັ້ນກັບມາເປັນສັນຍານສຽງເໝືອນເດີມ ແລະ
ເອີ້້ນການສື່ສານໃນລັກສະນະນີ້ວ່າໂທລະສັບແບບໃຊ້ສາຍ ຫຼື ໂທລະສັບຢູ່ໃນບ້ານ
ຮູບທີ 10
ເຄື່ອງໂທລະສັບລຸ້ນທຳອິດ
ຮູບທີ 11 ຮູບໂທລະສັບທີ່ໃຊ້ຢູ່ໃນເຮືອນ
ໂທລະສັບເຄື່ອນທີ່
ລະບົບໂທລະສັບເຄື່ອນທີ່ເລີ່ມມີການໃຊ້ງານຄັ້ງທໍາອິດທີ່ປະເທດຊີກາໂກ
ເມື່ອປະມານ 20 ປີຜ່ານມາເອີ້ນວ່າ ລະບົບ ( AMPS) ຫຼື ລະບົບໂທລະສັບເຄື່ອນທີ່ລຸ້ນທີ1
( First Generation-1G ) ຫຼື 1G ແລະ ເປັນລະ
ບົບທີ່ມີການຕິດຕໍ່ລະຫວ່າງສະຖານີເຄື່ອນທີ່
ແລະ ສະຖານີທີ່ໃຊ້ແບບ( FDMA-Frequency Division Multiple Access ) ໂດຍທີ່ສັນຍານສຽງເວົ້າຈະຖືກສົ່ງແບບອາຕານຸມັດ.
ນອກຈາກລະບົບ ( AMPS) ແລ້ວຍັງມີລະບົບຂອງຢູໂລບຄື : ( NMT) ຂອງກຸ່ມປະເທດ
ສະແກນດີເນເວຍ
ແລະ ( TACS )
ຮູບທີ12 ໂທລະສັບ 1G
ຕໍ່ມາໄດ້ມີການພັດທະນາໂທລະສັບເຄື່ອນທີ່ລຸ້ນທີ
2 (
second Generation ) ຫຼື ( 2G) ເພື່ອໃຫ້ລະບົບມີຄວາມບັນຈຸ (Capacity) ເພີ່ມຂຶ້ນ ແລະ
ມີລະບົບຄວາມປອດໄພ (Security ) ຂອງສັນຍານທີ່ສົ່ງ ແລະ ຮັບ
ການປ້ອງກັນການໃຊ້ເຄື່ອງມືຖືທີ່ບໍ່ໄດ້ລົງທະບຽນລະບົບ
( 2G) ຈະໃຊ້ຫຼັກການ( TDMA-Time-Division Multiple Access ) ປະກອບດ້ວຍ ( DAMPS ) ຂອງ ສະຫະລັດ ( GSM) ຂອງ ຢູໂລບ (IS-95)
ຫຼື
( Cdmaone) ຂອງ ສະຫະລັດ ແລະ ( PDC) ຂອງ ຍີ່ປຸ່ນ
ຮູບທີ 13 ໂທລະສັບ 2
ສຳຫຼັບລະບົບໂທລະຄົມລຸ້ນທີ 3 (third
Generation ) ຫຼື ( 3G ) ນັ້ນ
ໄດ້ມີອົງກອນທີ່ວິໄຈ ແລະ ພັດທະນາລະບົບ 3G
ຫຼາຍອົງກອນທັງໃນຢູໂລບ, ອາເມລິກາ, ຍີ່ປຸ່ນ, ຈີນ ແລະ ປະເທດອື່ນໆ
ໂດຍມີການສຶກສາຫຼາຍກວ່າ 10 ປະເທດ ປັດຈຸບັນ (NTT ) ຄ້າຍມືຖືໃຫຍ່ໃນຍີ່ປຸ່ນໄດ້ເປີດບໍລິການ
3G ຢ່າງເປັນທາງການແລ້ວ ເມື່ອວັນທີ
1 /10 / 2011 ທີ່ຜ່ານມາທັງນີ້
ຈຸດປະສົງຫຼັກຂອງບໍລິການ 3G ຄື ຄວາມຕ້ອງການທີ່ຈະໃຫ້ມີມາດຕະຖານດຽວກັນ ( ມາດຕະຖານ IMT2000) ເພື່ອສະຖານີເຄື່ອນທີ່ໃດໆສາມາດໃຊ້ໄດ້ທົ່ວໂລກ ແລະ
ຄວາມຕ້ອງການທີ່ຈະໃຫ້ມີການຮັບສົ່ງຂໍ້ມູນທີ່ໄວຂຶ້ນ ແລະ ພຽງພໍກັບການໃຊ້ງານ ແມັດຕິມີເດຍ
ໂດຍທີ່ມີຄຸນສົມບັດເທົ່າທຽມກັບລະບົບໂທລະຄົມມີສາຍ ( Fixed line )
ຮູບທີ 14
ໂທລະສັບ 3G
ໄລຍະທີ 6
ການປະຊຸມທາງໄກ
ການສື່ສານໃນປັດຈຸບັນຊ່ວຍໃຫ້ການດໍາເນີນຊີວິດຄົນເຮົາມີຄວາມສະດວກສະບາຍຂຶ້ນ,
ປັດຈຸບັນຜູ້ບໍລິຫານ, ໜ່ວຍງານຕ່າງໆມີເຄືອຂ່າຍຢູ່ທົ່ວປະເທດສາມາດປະຊຸມກັນໄດ້ໂດຍບໍ່ຕ້ອງມາເຂົ້າຫ້ອງປະຊຸມດຽວ.
ຮູບທີ 15 ການປະຊຸມທາງໄກຜ່ານເຄືອຂ່າຍສື່ສານ( Videoconference )
ແລະ ໃນການປະຊຸມກໍ່ບໍ່ຕ້ອງມີເອກະສານເປັນໜາໆ
ຄື ເມື່ອກ່ອນ ເພາະວ່າເອກະສານຕ່າງໆຈະຢູ່ໃນແຜ່ນດິສ ຫຼື ຢູ່ໃນເຄືອຂ່າຍທີ່ສາມາດດຶງຂໍ້ມູນອອກມາໄດ້ທັນທີ.
ຮູບທີ 16 ການປະຊຸມ ທີ່ໃຊ້ຂໍ້ມູນຮ່ວມກັນເທິງເຄືອຂ່າຍ
ໄລຍະທີ 7 ຄອມພີວເຕີ
ຄອມພີວເຕີເລີ່ມຕົ້ນມາຈາກອຸປະກອນທີ່ໃຊ້ໃນການຄຳນວນນັ້ນຄື
ລູກຄິດ ທີ່ເຮົາຮູ້ຈັກກັນດີໃນປັດຈຸບັນນີ້ເອງຄືກຳເນີດມາຈາກປະເທດຈີນເມື່ອປະມານ 2-3
ພັນປີແລ້ວ ເຊິ່ງໃນຍຸກນັ້ນໃຊ້ສຳລັບຄຳນວນລະຫວ່າງການຊື້ຂາຍຂອງພໍ່ຄ້າ ຕໍ່ມາໃນປີ ຄ.ສ
1642 ທ່ານ ບະແລເຊີປາສການ ( Blaise Pascal ) ໄດ້ສ້າງເຄື່ອງຄຳນວນທີ່ເປັນເຄື່ອງກົດຊື່
Pacaline ຂຶ້ນມາ ແລະ ໄດ້ຖືກພັດທະນາໃຫ້ມີຄວາມສາມາດໃນການຄຳນວນຫຼາຍຂຶ້ນ
ຈາກນັກຄະນິດສາດຊາວ ເຢຍລະມັນຊື່ ທ່ານ
ກອດຟຮີດ ວອນ ໄລນິຊ ( Gottfried von Leibnitz ) ໃນປີ ພ. ສ 2215.
ຕໍ່ມາໃນປີ ພ. ສ 2336 ທ່ານ ຊາກເລີ ບັບແບກ (
charles Babbage ) ນັກຄະນິດສາດຊາວອັງກິດໄດ້ປະດິດເຄື່ອງມືທີ່ເອີ້ນວ່າ
Difference Engine ທີ່ສາມາດຄຳນວນຄ່າຂອງຕຳລາທາງໄຕມຸມມິຕິໄດ້
ເຊິ່ງອາໄສຫຼັກການຕ່າງໆທາງຄະນິດສາດ ແລະ ໄດ້ມີການພັດທະນາສ້າງເຄື່ອງ Analytical Engine ຂຶ້ນມາເຄື່ອງມືນີ້ແບ່ງການເຮັດວຽກອອກເປັນ
3 ສ່ວນຄື:
1.
ເກັບກໍາຂໍ້ມູນ
2. ຄຳນວນ
3. ຄວບຄຸມ
ເຊິ່ງມີຫຼັກການໃນຮູບລວມຄ້າຍກັບຄອມພີວເຕີທີ່ໃຊ້ກັນຢູ່ ຈາກຫຼັກການຂອງເຂົາມາພັດທະນາເປັນຄອມພີວເຕີທີ່ເຮົາຮູ້ຈັກກັນໃນປະຈຸບັນ.
ຍຸກຂອງຄອມເພີເຕີ
ຈະແບ່ງຕາມວິວັດທະນາການຂອງຄອມເພີເຕີ
1.ຄອມພີວເຕີໃນຍຸກສູນຍາກາດ ( ຄ.ສ 1940-1953 )
ຫຼອດສູນຍາກາດເປັນສ່ວນປະກອບເອເລັກໂຕຣນິກທີ່ມີຂະໜາດໃຫຍ່
ແລະ ຕ້ອງການໃຊ້ກະແສໄຟຟ້າຫຼາຍ ເພື່ອເຜົາໄໜ້ໄສ້ຫຼອດ ( Vacuum tube )
ໃຫ້ເກີດບັນຈຸໄຟຟ້າເອເລັກຕຣົງແລ່ນຜ່ານຕາໜ່າງ (grid).
ການເຮັດວຽກຂອງຫຼອດຍາກາດເປັນວິທີການຄວບຄຸມການເຄື່ອນທີ່ຂອງເລັກຕຣົງທີ່ແລ່ນຜ່ານແຜ່ນຕາໜ່າງ.
ຮູບທີ 17 ຫຼອດສູນຍາກາດ
ຮູບທີ 18 ເຄື່ອງອິນິແອກ
ໃນປີ ຄ.ສ 1946 ວິສະວະກອນສອງທ່ານ ຄື: ທ່ານ ຈອນ ມອຊລີ (
John Mouchly ) ແລະ ທ່ານ
ເຈ
ເພຣສະເປີ ເອັກເຄີຣດ (J. presper
Eckert ) ໄດ້ພັດທະນາເຄື່ອງຄອມພິວເຕີທີ່ສາມາດນຳໃຊ້ເຮັດວຽກງານໄດ້
ເຄື່ອງທຳອິດຂອງໂລກ ເຊິ່ງມີຊື່ວ່າ ອິນິແອກ ( ENIAC= Electronic Numerical
Intergrator And calculator). ອິນິແອກ
ເປັນເຄື່ອງຄອມພິວເຕີທີ່ໃຊ້ຫຼອດສູນຍາກາດ ແລະ ໃຊ້ເຮັດວຽກງານຢູ່ໃນມະຫາວິທະຍາໄລ
ເພນຊິນເວີເນຍ (University of Pennsylvania ).
ໃນໄລຍະເວທີ່ໃກ້ຄຽງກັນນີ້
ກໍມີການສ້າງເຄື່ອງຄອມພິວເຕີ ແລະ ເຄື່ອງຄຳນວນທີ່ໃຊ້ຫຼອດສູນຍາກາດຂຶ້ນອີກຫຼາຍຮຸ່ນ
ເຊັ່ນ: IBM 603, IBM 604 ແລະ IBM SSEC. ແຕ່ເຄື່ອງຄອມພິວເຕີ ທີ່ບໍລິສັດໄອບີເອັມສ້າງຂຶ້ນໃນຍຸກທຳອິດນີ້
ເນັ້ນສະເພາະໃນເລື່ອງການຄຳນວນເທົ່ານັັ້ນ.
ໃນປີ ຄ.ສ
1952 ທ່ານ ຈອນ ວອນ ນອຍແມນ ( John von Neumann) ໄດ້ສົນໃຈເຄື່ອງ
ອິນິແອກ
ແລະ ໄດ້ສະເໜີຄວາມຄິດໃນການສ້າງເຄື່ອງຄອມພິວເຕີ
ທີ່ມີໜ່ວຍຄວາມຈຳເພື່ອຊ່ວຍໃນການເກັບຂໍ້ມູນ ແລະ ໂປຣແກຣມເຮັດວຽກ ຫຼື
ຊຸດຄຳສັ່ງຂອງເຄື່ອງ, ເຄື່ອງຄອມພິວເຕີນັ້ນຈະຕ້ອງເຮັດວຽກ
ໂດຍເອີ້ນຊຸດຄຳສັ່ງທີ່ເກັບໄວ້ໃນໜ່ວຍຄວາມຈຳມາໃຊ້ວຽກ. ຫຼັກການນີ້ເປັນຫຼັກການທີ່ໃຊ້ມາຈົນເຖິງປັດຈຸບັນນີ້.
ເຄື່ອງຄອມພິວເຕີໃນຍຸກຫຼອດສູນຍາກາດໄດ້ກ້າວໜ້າມາເປັນລຳດັບ,
ມີການພັດທະນາໜ່ວຍຄວາມຈຳຖາວອນທີ່ເກັບຂໍ້ມູນໄດ້ເປັນຈຳນວນຫຼາຍ. ໄລຍະທຳອິດ
ໃຊ້ວິທີການເກັບຂໍ້ມູນໃນບັດເຈາະຮູ ແຕ່ການເຮັດວຽກເປັນໄປຢ່າງຊັກຊ້າ
ຈົນໃນທີ່ສຸດກໍມີວິທີການໃຊ້ໜ່ວຍຄວາມຈຳເກັບຂໍ້ມູນໃນຈານແມ່ເຫຼັກ ແລະ ວົງແຫວນແມ່ເຫຼັກ.
ການເກັບຂໍ້ມູນໃນວົງແຫວນແມ່ເຫຼັກນີ້ ໄດ້ນຳໃຊ້ມາຈົນເຖິງປີ ຄ.ສ 1970. ນອກຈາກນີ້
ຍັງໄດ້ມີວິທີການພັດທະນາວິທີການເກັບຂໍ້ມູນໃນບັ້ງແມ່ເຫຼັກ ແລະ ເທັບແມ່ເຫຼັກ.
2.ຄອມພີວເຕີໃນຍຸກທຣານຊີດສະເຕີ ( ຄ.ສ 1953-1963 )
ນັກວິທະຍາສາດຂອງຫ້ອງປະຕິບັດການວິໄຈ ເບວ ( Bell laboratory ) ຂອງສະຫະລັດອາເມລິກາ ໄດ້ສຳເລັດການປະດິດທຣານຊີດສະເຕີ ( Transistor
) ເຊິ່ງມັນເປັນຜົນເຮັດໃຫ້ເກີດມີການປ່ຽນແປງຄັ້ງສຳຄັນໃນການສ້າງເຄື່ອງຄອມພິວເຕີ.
ເນື່ອງຈາກ ທຣານຊີດສະເຕີມີຂະໜາດນ້ອຍ, ໃຊ້ກະແສໄຟຟ້າໜ້ອຍ, ມີຄວາມທົນທານ ແລະ
ເຊື່ອຖືສູງ.
ສິ່ງສຳຄັນອີກດ້ານໜຶ່ງກໍຄືມັນສາມາດຜະລິດໄດ້ໃນລາຄາທີ່ຖືກກວ່າຫຼອດສູນຍາກາດ. ດັ່ງນັ້ນ,
ເຄື່ອງຄອມພິວເຕີໃນຍຸກຕໍ່ມາຈຶ່ງຢຸດນຳໃຊ້ຫຼອດສູນຍາກາດ ແລະ
ນຳໃຊ້ທຣານຊີດສະເຕີເປັນສ່ວນປະກອບຂອງມັນ.
ເຄື່ອງພິວເຕີທີ່ໃຊ້ທຣານຊີດສະເຕີເຄື່ອງທໍາອິດຂອງບໍລິສັດ
ໄອບີເອັມ ແມ່ນ IBM1401.
ມັນເປັນເຄື່ອງທີ່ມີຂະໜາດນ້ອຍລົງ,ມີຄວາມສາມາດໃນການເຮັດວຽກໄດ້ດີຂຶ້ນ.
ການເລີ່ມຕົ້ນໃຊ້ເຄື່ອງຄອມພິວເຕີປະເພດນີ້ ເຮັດໃຫ້ມີການຜະລິດ ແລະ ໄດ້ນຳໃຊ້ເຂົ້າໃນວຽກງານຢ່າງແຜ່ຫຼາຍກວ່າເຄື່ອງທີ່ໃຊ້ຫຼອດສູນຍາກາດ.
ອົງກອນ ແລະ ໜ່ວຍງານຕ່າງໆ ທັງໃນພາກສ່ວນລັດ ແລະ ເອກະຊົນ ( ໃນປະເທດພັດທະນາແລ້ວ ແລະ
ປະເທດກຳລັງພັດທະນາ) ໄດ້ນຳເອົາເຄື່ອງຄອມພິວເຕີມາໃຊ້ວຽກ ແລະ ໃນປີ ຄ.ສ 1964 ບໍລິສັດ
ໄອບີເອັມ ໄດ້ພັດທະນາເຄື່ອງຄອມພິວເຕີທີ່ໃຊ້ເຕັກໂນໂລຍີ
ທຣານຊີດສະເຕີຂະໜາດໃຫຍ່ເອີ້ນວ່າ ເມນເຟຣມ ( mainframe ) ແລະ ຖືໄດ້ວ່າ ເປັນພື້ນຖານໃຫ້ແກ່ການພັດທະນາເຄື່ອງຄອມພິວເຕີໃນຍຸກຕໍໍ່ມາ
ຈົນເຖິງປັດຈຸບັນ.
ຮູບທີ 19 ທຣານຊິດສະເຕີຂອງຄອມພິວເຕີ
3.ຄອມພີວເຕີໃນຍຸກວົງຈອມລວມ ( ຄ.ສ 1963-1972 )
ໃນປີ ຄ.ສ 1964
ໄດ້ມີການພັດທະນາວິທີການສ້າງທຣານຊີດສະເຕີຈຳນວນຫຼາຍ ລົງໃສ່ແຜ່ນຊິລິຄອນຂະໜາດນ້ອຍ ແລະ
ສ້າງເປັນວົງຈອນລວມເທິງແຜ່ນດັ່ງກ່າວ ເຊິ່ງເພິ່ນເອີ້ນວ່າ ໄອຊີ (IC = Integrated Circuit)
ຮູບທີ 20 ໄອຊີ (IC = Integrated Circuit)
ບໍລິສັດ ໄອບີເອັມ ເລີ່ມໃຊ້
ໄອຊີ ກັບເຄື່ອງຄອມພິວເຕີຮຸ່ນ ລະບົບ 370 ແບບ 145 ( system 370 model 145 ). ພັດທະນາການຂອງໄອຊີ ເຮັດໃຫ້ເຄື່ອງຄອມພິວເຕີມີຄວາມສັບຊ້ອນສູງຂຶ້ນ,
ມີວົງຈອນການປະຕິບັດງານ ທີ່ເຮັດການຄຳນວນຈຳນວນເຕັມໄດ້ເປັນຫຼາຍລ້ານເທື່ອຕໍ່ວິນາທີ.
ນອກຈາກນັ້ນ, ຍັງມີການພັດທະນາໜ່ວຍຄວາມຈຳ
ທີ່ໃຊ້ໄອຊີເຮັດໃຫ້ມັນສາມາດບັນຈຸໄດ້ຫຼາຍຂຶ້ນ. ໃນການພັດທະນາເບື້ອງຕົ້ນ
ເພິ່ນສາມາດຜະລິດໄອຊີທີ່ມີໜ່ວຍຄວາມຈຳໄດ້ຫຼາຍກິໂລບິດຕໍ່ຊິບ (Kilobit / chip )
ແລະ ເພີ່ມຂຶ້ນຕາມລຳດັບ. ຂະນະດຽວກັນ ກໍ່ໄດ້ມີການພັດທະນາທາງດ້ານອຸປະກອນເກັບຂໍ້ມູນມາເປັນ
ຮາດດິດ ( hard disk ) ໂດຍນຳເອົາແຜ່ນບັນທຶກຫຼາຍໆແຜ່ນມາວາງຊ້ອນ,
ມີຫົວອ່ານຫຼາຍຫົວ ແລະ ເປັນສ່ວນປະກອບທີ່່ສຳຄັນຂອງເຄື່ອງຄອມພິວເຕີ.
ຮູບທີ
21 ຮາດດິດ (hard disk)
ດ້ວຍການໃຊ້ໄອຊີເປັນສ່ວນປະກອບ ເຮັດໃຫ້ເຄື່ອງຄອມພິວເຕີມີຂະໜາດນ້ອຍລົງ
ລາຄາຖືກລົງ ຈຶ່ງມີການຜະລິດເຄື່ອງຄອມພິວເຕີຫຼາຍຂຶ້ນ ບໍລິສັດຜູ້ຜະລິດກໍເກີດຂຶ້ນຫຼາຍ
ແລະ ຂາຍໄດ້ດີໃນຍຸກນັ້ນ. ເຄື່ອງຄອມພິວເຕີທີ່ມີຂະໜາດນ້ອຍນີ້ ເອີ້ນວ່າ ມິນິຄອມພິວເຕີ (
mini computer )
ສຳລັບໃນປະເທດລາວເຮົາ
ການນຳໃຊ້ຄອມພິວເຕີຢ່າງແຜ່ຫຼາຍ ແມ່ນເລີ່ມຈາກປະມານ ປີ 1990
ໂດຍສະເພາະໃນອົງກອນທີ່ມີໂຄງການຂອງຕ່າງປະເທດມາຊ່ວຍເຫຼືອ.
4.ຄອມພີວເຕີໃນຍຸກ ວີແອວເອສໄອ ( VLSI = Very Large scale integrated
Circuit )
(ພ.ສ 2513-2532 )
ເຕັກໂນໂລຊີທາງດ້ານການຜະລິດວົງຈອນເອເລັກໂຕຣນິກ
ມີຄວາມກ້າວໜ້າຢ່າງຕໍ່ເນື່ອງມີການສ້າງເປັນວົງຈອນລວມທີ່ມີຂະໜາດໃຫຍ່ ມາຮ່ວມລົງໃສ່
ແຜ່ນຊິລິຄອນຂະໜາດນ້ອຍເອີ້ນວ່າ ວົງຈອນວີແອວເອສໄອ. ມັນເປັນວົງຈອນທີ່ສາມາດນຳເອົາ
ທຣານຊິດສະເຕີຈຳນວນຫຼາຍລ້ານອັນມາຮ່ວມກັນຢູ່ໃນແຜ່ນຊິລິຄອນຂະໜາດນ້ອຍ ແລະ
ສ້າງໃຫ້ເປັນໝ່ວຍປະມວນຜົນຂອງ ເຄື່ອງຄອມພິວເຕີທີ່ສັບຊ້ອນ ເອີ້ນວ່າ ໄມໂຄຣໂປຣເຊັດເຊີ
(microprocessor
).
ການໃຊ້ວົງຈອນວີແອວເອສໄອ
ເປັນວົງຈອນພາຍໃນເຄື່ອງຄອມພິວເຕີ
ເຮັດໃຫ້ເຄື່ອງມີຂະໜາດນ້ອຍກວ່າເຄື່ອງຄອມພິວເຕີທີ່ໃຊ້ເຕັກໂນໂລຊີທຣານສະເຕີ
ແຕ່ມີປະສິດທິພາບສູງຂຶ້ນ. ເພິ່ນເອີ້ນມັນວ່າ ໄມໂຄຣຄອມພິວເຕີ
(micro computer) ແລະ ເປັນເຄື່ອງທີ່ແຜ່ຫຼາຍ ແລະ ມີໃຊ້ກັນທົ່ວໂລກເປັນຈຳນວນຫຼາຍ.
ກໍລະນີທີ່ເຄື່ອງຄອມພິວເຕີມີຄວາມສາມາດສູງ
ຍ້ອນວ່າ ວົງຈອນວີແອວເອສໄອ ຫຼື ທີ່ເອີ້ນວ່າ ຊິບ ພຽງອັນດຽວ
ມັນກໍສາມາດສ້າງເປັນໜ່ວຍປະມວນຜົນຂອງເຄື່ອງທັງລະບົບ ຫຼື
ເປັນໜ່ວຍຄວາມຈຳທີ່ມີຄວາມບັນຈຸສູງ ຫຼື ເປັນອຸປະກອນຄວບຄຸມການເຮັດວຽກຕ່າງໆ.
ຂະນະດຽວກັນພັດທະນາການຂອງຮາດດິດ ກໍເຮັດໃຫ້ຮາດດິດມີຂະໜາດນ້ອຍລົງ
ມີຄວາມບັນຈຸເພີ່ມຂຶ້ນ ແຕ່ມີລາຄາຖືກລົງ. ເຄື່ອງໄມໂຄຣຄອມພິວເຕີຈຶ່ງມີຂະໜາດຕັ້ງແຕ່ເທົ່າຝາມື
ທີ່ເອີ້ນວ່າ ປາມທັອບ ( palmtop ), ເຄື່ອງຄອມພິວເຕີຂະໜາດຖືໄປມາໄດ້
ທີ່ເອີ້ນວ່າ ແລບທັອບ (laptop)
ຫຼື ໂນດບຸກ ( notebook) ແລະ
ເຄື່ອງຄອມພິວເຕີຂະໜາດຕັ້ງໂຕະ(desktop).
ໄມໂຄຣຄອມພິວເຕີເປັນເຄື່ອງທີ່ສາມາດໃຊ້ວຽກໄດ້ງ່າຍ ແລະ
ມີຊອບແວສຳເລັດຮູບໃນການເຮັດວຽກງານຈຳນວນຫຼາຍ ເຊັ່ນ: ຊອບແວປະມວນຄຳ ( word processing),
ຊອບແວຕາຕະລາງຄຳນວນ ( spread sheet) ແລະ ຊອບແວກຣາຟິກ
( graphic softwares ) ເປັນຕົ້ນ.
ຮູບທີ
22ຄອມພີວເຕີໃນຍຸກ ວີແອວເອສໄອ ( VLSI = Very Large scale
integrated Circuit )
5.ຄອມພີວເຕີໃນຍຸກເຄືອຂ່າຍ ( ພ.ສ
5213-ຈົນເຖິງປະຈຸບັນ )
ວົງຈອນ( VLSI =
Very Large scale integrated Circuit)ໄດ້ຮັບການພັດທະນາໃຫ້ມີຄວາມໜາແໜ້ນຂອງຈຳນວນທຣານຊິດສະເຕີຫຼາຍຂຶ້ນເລື້ອຍໆ
ຈົນໃນປັດຈຸບັນ
ເພິ່ນສາມາດຜະລິດແຜ່ນຊີລິຄອນຂະໜາດນ້ອຍທີ່ສາມາດບັນຈຸທຣານຊິດສະເຕີເປັນຈຳນວນຫຼາຍ
ເພີ່ມຂຶ້ນເປັນສອງເທົ່າໃນທຸກໆ 18 ເດືອນ ແລະ
ເຮັດໃຫ້ວົງຈອນໜ່ວຍປະມວນຜົນກາງມີຄວາມສາມາດຫຼາຍຂຶ້ນ.
ເມື່ອໄມໂຄຣຄອມພິວເຕີ ມີຄວາມສາມາດສູງຂຶ້ນ,
ການເຮັດວຽກງານກໍວ່ອງໄວຂຶ້ນ, ການສະແດງຜົນ ແລະ ການຈັດການຂໍ້ມູນກໍເຮັດໄດ້ຫຼາຍຂຶ້ນ
ສາມາດປະມວນຜົນ ແລະ ສະແດງຜົນໄດ້ເທື່ອລະຫຼາຍຢ່າງ. ມັນຈຶ່ງເຮັດໃຫ້ຄອມພິວເຕີ
ເຮັດວຽກໄດ້ຫຼາຍຢ່າງພ້ອມກັນ. ດັ່ງຈະເຫັນໄດ້ຈາກໂປຣແກຣມຈັດການ (operation
softwares) ປະເພດ ວິນໂດ ( Windows) ໃນປັດຈຸບັນ ທີ່ເຮັດໃຫ້ຄອມພິວເຕີ
ເຄື່ອງໜຶ່ງເຮັດວຽກຫຼາຍອັນພ້ອມກັນໄດ້,
ຂະນະດຽວກັນກໍມີການເຊື່ອມຕໍ່ກັນເປັນເຄືອຂ່າຍຄອມພິວເຕີໃນອົງກອນທີ່ເຮັດວຽກເປັນກຸ່ມ(workgroup
) ໂດຍໃຊ້ເຄືອຂ່າຍທ້ອງຖິ່ນທີ່ເອີ້້ນວ່າ ແລນ ( LAN=
Local Area Network ). ເມື່ອເຊື່ອມການເຮັດວຽກຫຼາຍໆກຸ່ມຂອງອົງກອນເຂົ້າຫາກັນ
ເກີດເປັນເຄືອຂ່າຍຂອງອົງກອນເຂົ້າຫາກັນ ເກີດເປັນເຄືອຂ່າຍຄອມພິວເຕີຂອງອົງກອນ ເອີ້ນວ່າ
ອິນທຣາແນັດ ( Intranet ) ແລະ
ຫາກນຳເຄືອຂ່າຍຂອງອົງກອນເຂົ້າສູ່ເຄືອຂ່າຍສາກົນທີ່ເຊື່ອມຕໍ່ກັນທົ່ວໂລກກໍເອີ້ນວ່າ:
ອິນເຕີແນັດ ( Internet )
ຮູບທີ 23 ແລນ LAN ອິນທຣາແນັດ( intranet ) ອິນເຕີແນັດ( internet )
ໄລຍະທີ 8 ການສື່ສານຜ່ານທາງອິນເຕີເນັດ
ເມື່ອການສື່ສານດ້ວຍໂທລະສັບມາເຖິງຈຸດທີ່ອີ່ມຕົວກໍ່ໄດ້ມີເຕັກໂນໂລຍີໃໜ່ເກີດຂຶ້ນມາຄື
ເຕັກໂນໂລຍີຄອມເພີເຕີ ແລະ ອິນເຕີເນັດ ໃນປະຈຸບັນເຮົາກໍ່ສາມາດລົມກັບເພື່ອນໄດ້ທົ່ວໂລກໂດຍໃຊ້ເຄືອຂ່າຍອິນເຕີເນັດ
ນອກຈາກນີ້ກໍ່ສາມາດໃຊ້ເຄືອຂ່າຍອິນເຕີເນັດເຂົ້າໃນການຈັດການຮຽນ-ການສອນຜ່ານອິນເຕີເນັດ.
ສໍາລັບຄໍາວ່າ interne ຫາກແຍກຄຳຈະໄດ້ອອກມາ 2 ຄຳ ຄື : Inter ແລະ net ,Inter ໝາຍເຖິງລະຫວ່າງ ຫຼື ທ່າມກາງ ແລະ ຄຳວ່າ net ມາຈາກຄໍາວ່າ Network ຫຼື ເອີ້້ນວ່າ ເຄືອຂ່າຍ ເມື່ອນໍາຄວາມໝາຍຂອງທັງ 2 ຄຳມາລວມກັນ ຈິງແປໄດ້ວ່າ ອິນເຕີເນັດ ຄື
ການເຊື່ອມໂຍງເຄືອຂ່າຍຄອມເພີເຕີເຂົ້າຫາກັນຕາມໂຄງການຂອງອາປາເນັດ(ARPAnet = Advanced Research
Projects Agency Network) ເປັນໜ່ວຍງານສັງກັດພະແນກຂໍ້ມູນຂ່າວສານຂອງສະຫະລັດ (U.S.Department
of Defense - DoD) ໄດ້ຖືກສ້າງຂຶ້ນເມື່ອປະມານ ປີ ຄ.ສ 1960
ແລະໄດ້ຖືກພັດທະນາເລື້ອຍມາ
ຮູບທີ 24 ການເຊື່ອມໂຍງເຄືອຂ່າຍຄອມເພີເຕີ
ປະຫວັດອິນເຕີແນັດ :
ອິນເຕີແນັດມີການພັດທະນາມາຈາກໂຄງການທີ່ຊື່ວ່າ
ARPAnet ( Advanced Research Projects Agency
Network ) ທີ່ຕັ້ງຂຶ້ນໃນປີ ຄ.ສ 1969, ພ.ສ 2512
ເປັນເຄືອຂ່າຍຄອມເພີເຕີຂອງກະຊວງປ້ອງກັນຊາດ ( Ministry of Defense ) ທີ່ໃຊ້ໃນງານວິໄຈທາງດ້ານການທະຫານ ARPA ( Advanced Research Projects Agency ) ຈົນມາເຖິງ ຄ.ສ 1972, ພ.ສ
2515 ຫຼັງຈາກເຄືອຂ່າຍທົດລອງຂອງ ARPAnet
ປະສົບຜົນສໍາເລັດກໍ່ໄດ້ມີການປັບປຸງໜ່ວຍງານຈາກ ARPAnet ມາເປັນ Defence communication Agency. ໃນປີ ຄສ. 1983, ພ.ສ 2526 ARPAnet ໄດ້ແບ່ງເປັນ 2 ເຄືອຂ່າຍຂອງກອງທັບມິວແນັດ (
MILNET: Military Network) ເຊິ່ງມີການເຊື່ອມຕໍ່ໂດຍໃຊ້ TCP/
IP ( Transmission Control protocol / Internet protocol ) ເປັນຄັ້ງທຳອິດໃນປີ ຄ.ສ 1985,
ພ.ສ 2528 . ໂດຍມູນນິທິວິທະຍາສາດແຫ່ງຊາດຂອງອາເມລິກາ NSF ໄດ້ໃຫ້ເງິນທຶນໃນການສ້າງສູນ Supercomputer
ຈຳນວນ 6 ແຫ່ງ ແລະໃສ່ຊື່ວ່າ
NSFNET Lab ຈົນມາເຖິງປີ ຄ.ສ 1988, ພ.ສ 2533, ອາພາແນັດບໍ່ສາມາດຮອງຮັບການເປັນກະດູກສັນຫຼັງຂອງລະບົບໄດ້ຈຶ່ງ
ໄດ້ຢຸດ ຕິອາພາແນັດ ແລະ ປ່ຽນໄປໃຊ້ NSFNET ແລະ ເຄືອຂ່າຍອື່ນໆແທນ ຈົນກາຍເປັນເຄືອຂ່າຍຂະໜາດ ໃຫຍ່ຈົນເຖິງປັດຈຸບັນ ແລະ
ເອີ້ນເຄືອຂ່າຍນີ້ວ່າ ອິນເຕີແນັດ, ເຄືອຂ່າຍສ່ວນໃຫຍ່ແມ່ນຢູ່ໃນປະເທດສະຫະລັດ ອາເມລິກາ
ແລະ ປັດຈຸບັນນີ້ມີເຄືອຂ່າຍຍ່ອຍຫຼາຍເຖິງ 25,000 ເຄືອຂ່າຍ.
ອິນເຕີແນັດແມ່ນຫຍັງ ?
ອິນເຕີແນັດໝາຍເຖິງລະບົບເຄືອຂ່າຍຄອມເພີເຕີຂະໜາດໃຫຍ່ທີ່ເຊື່ອມໂຍງເຄືອຂ່າຍຕ່າງໆໃນທົ່ວໂລກເຂົ້າດ້ວຍກັນ
( ນະລະສິດ ແວສີຜ່ອງ )
ອິນເຕີແນັດໝາຍເຖິງເຄືອຂ່າຍຍ່ອຍໆຂອງຄອມເພີເຕີຈໍານວນຫຼາຍເຄື່ອງທີ່ເຊື່ອມໂຍງເຂົ້າກັນພາຍໃຕ້ມາດຕະຖານສື່ສານອັນດຽວກັນ
( TCP= Transmission Control protocol )
ປະໂຫຍດຂອງອິນເຕີແນັດ
-ໃຊ້ໃນການສື່ສານເຊັ່ນ
: ອີເມວ, ສົົ່ງໄຟລເອກະສານ, ສົນທະນາ
-ສຳລັບການຖ່າຍໂອນຂໍ້ມູນຈາກບ່ອນໜຶ່ງມາເກັບໄວ້ອີກບ່ອນໜຶ່ງ
-ສືບຄົ້ນຂໍ້ມູນ
-ການແລກປ່ຽນຂ່າວສານ
ແລະ ຄວາມຄິດເຫັນ
-ການຊື້ຂາຍສິນຄ້າ
-ການບັນເທິງ
ໂຄງສ້າງຂອງອິນເຕີແນັດ
ປະກອບມີ Client / Server
Client ເປັນເຄື່ອງທີ່ຂໍໃຊ້ບໍລິການ
Server ເປັນເຄື່ອງທີ່ໃຫ້ບໍລິການ.
ສ່ວນປະກອບຂອງອິນເຕີແນັດ
WWW ( World
Wide web ) ແມ່ນຫຍັງ ?
WWW ( World
Wide web ) ຫຼື ເອີ້ນວ່າ WWW, web ແລະ W3 ຄວາມໝາຍຂອງແຕ່ລະ
ສັບທີ່ນຳມາລວມກັນຈະໜາຍເຖິງເຄືອຂ່າຍໄຍແມງມຸມທົ່ວໂລກ.
ເປັນບ່ອນເກັບລວບລວມຂໍ້ມູນຂ່າວສານທີ່ເຊື່ອມຕໍ່ເຂົ້າກັນທາງອິນເຕີແນັດ
-
WWW ປະກອບມີ Web site , Homepage ແລະ Web page
Web page ຄືໜ້າເວັບແຕ່ລະໜ້າ
Web site ປະກອບດ້ວຍເວັບເພຈຫຼາຍໆໜ້າ
ເວັບເພຈແຕ່ລະໜ້າຈະຢູ່ພາຍໃຕ້ຊື່ໜຶ່ງເຊັ່ນ
ໂຮມເພຈ Homepage ຄື:
ໜ້າທຳອິດຂອງເວັບໄຊນັ້ນ ແຕ່ມັກຈະເອີ້້ນກັນວ່າໂຮມເພຈຄື: ເວັບໄຊສ
http:
Hypertext Transfer Protocol ເປັນກົດເກນໃຊ້ໃນການສົ່ງ-ຮັບຂໍ້ມູນ
ລະບົບຂອງອິນເຕີແນັດ
ຖ້າເຮົາຕ້ອງການໃຊ້ອິນເຕີແນັດເຄື່ອງຄອມເພີເຕີເຮົາຕ້ອງໄດ້ເຊື່ອມຕໍ່ກັບອິນເຕີແນັດກ່ອນ
ການເຂົ້າເຖິງອິນເຕີແນັດໃນບ້ານເຮົາປະຈຸບັນມີຫຼາຍວິທີ ແລະ
ສະດວກວ່ອງໄວຈາກບໍລິສັດຜູ້ໃຫ້ບໍລິການເຊັ່ນ:
ລາວໂທລະຄົມ,
ໂທລະຄົມລາວ, ບີລາຍ ແລະ ຢູນີເທວຄື:
ການເຊື່ອມຕໍ່ອິນເຕີແນັດດ້ວຍສາຍໂທລະສັບຕັ້ງໂຕະແບບ ADSL
ການເຊື່ອມຕໍ່ອິນເຕີແນັດດ້ວຍແອກາດ
Air Caed
ການເຊື່ອມຕໍ່ອິນເຕີແນັດດ້ວຍສາຍໄຍແກ້ວນຳແສງ
Fiber optic
ຜູ້ໃຫ້ບໍລິການອິນເຕີແນັດຈະເປີດບໍລິການອິນເຕີແນັດຕາມຄວາມຕ້ອງການຂອງລູກຄ້າ
ອິນເຕີແນັດໄວເທົ່າໃດລາຄາກໍ່ສູງຂຶ້ນຕາມລຳດັບ.
ຮູບທີ 25 ລະບົບການຕໍ່ອິນເຕີແນັດ
ໃນປັດຈຸບັນ ຂໍ້ມູນ-ຂ່າວສານ
ເຕັກໂນໂລຊີ ຫຼື ເອີ້ນກັນສັ້ນວ່າ IT ກຳລັງໄດ້ຮັບຄວາມສົນໃຈເປັນຢ່າງຫຼາຍ
ເພາະ ຂໍ້ມູນ-ຂ່າວສານ ເຕັກໂນໂລຊີ ຈະເປັນຕົວທີ່ເຮັດໃຫ້ເກີດມີຄວາມຮູ້ ວິທີການປະມວນຜົນ
ການຈັດເກັບກຳຂໍ້ມູນ ການເອີ້ນໃຊ້ຂໍ້ມູນ
ດ້ວຍວິທີການທາງເອເລັກໂທນິກ ເມື່ອເຮົາໃຫ້ຄວາມສຳຄັນກັບຂໍ້ມູນ-ຂ່າວສານ
ເຕັກໂນໂລຊີ ຄວາມຈຳເປັນທີ່ຈະຕ້ອງມີເຄື່ອງມືໃນການໃຊ້ວຽກ IT
ເຄື່ອງມືນັ້ນຄືເຄື່ອງມື ຄອມເພີເຕີ ແລະ ອຸປະກອນ ສື່ສານໂທລະຄົມ ອິນເຕີແນັດນັບວ່າເປັນເຄື່ອງມືຢ່າງໜຶ່ງໃນການປະຍຸກໃຊ້
ເຕັກໂນໂລຊີ ຫຼື IT ເພາະເຮົາສາມາດທີ່ຈະໃຊ້ງານ ຫາຂໍ້ມູນ
ຂ່າວສານ ແລະ ເຂົ້້າເຖິງຂໍ້ມູນ ໄດ້ດ້ວຍເວລາໄວວາ.
ອິນເຕີແນັດປຽບເໜືອນຫ້ອງສະໝຸດຂະໝາດໃຫຍ່ທີ່ມີຂໍ້ມູນຢ່າງຫຼວງຫຼາຍໃຫ້ເຮົາຄົ້ນຫາຂ່າວສານທີ່ທັນສະໄໜ
ທັນຕໍ່ເຫດການ ທີ່ເກີດຂຶ້ນທົ່ວທຸກມຸມໂລກເຮົາສາມາດທີ່ຈະຮູ້ໄດ້ທັນທີ ຈິ່ງເວົ້າໄດ້ວ່າ
ອິນເຕີແນັດ ນັ້ນເປັນເຄື່ອງມືສຳຄັນຢ່າງໜຶ່ງໃນການປະຍຸກໃຊ້
ຈາກວິວັດທະນາຂອງການສື່ສານທີ່ມີການພັດທະນາການຢູ່ຕະຫຼອດເວລາດັ່ງທີ່ກ່າວມາແລ້ວ
ບໍ່ຮູ້ວ່າໃນອານາຄົດຂອງການສື່ສານຈະພັດທະນາໄປຈົນເຖິງຂັ້ນໃຊ້ໂທຈິດຕິດຕໍ່ກັນ ຫຼື ບໍ່
ແລະ ປະຈຸບັນມີການລາຍງານການວິໄຈອອກມາວ່າ ເຮົາສາມາດເຮັດການທົດລອງເພື່ອເດົາຄວາມຄິດຂອງຜູ້ຖືກທົດລອງໄດ້
ແຕ່ລາຍງານການວິໄຈນີ້ຜູ້ຂຽນບໍ່ຄິດວ່າເປັນເລື່ອງທີ່ອັນໃໝ່
ເພາະວ່າໃນປັດຈຸບັນກໍ່ມີຄົນທີ່ສາມາດຮູ້ຄວາມຄິດຂອງຄົນໄດ້ໂດຍການມອງຕາ
ເນື່ອງຈາກໃຜໆກໍ່ຮູ້ວ່າ ດວງຕາ ຄື ໜ້າຂອງຫົວໃຈ ແລະ ເຊື່ອວ່າໃນອານາຄົດກໍ່ອາດຈະມີຄົນປະດິດໂທຈິດກໍ່ເປັນໄດ້.
2. I C T ( information
communication technology ) ແມ່ນຫຍັງ ?
I C T
ຫຍໍ້ມາຈາກຄໍາວ່າ information and communication technology ປະກອບໄປດ້ວຍສອງຄຳຄື: information technology
ແລະ communication technology ໝາຍເຖິງຄວາມຮູ້ ຫຼື ຂະບວນການທີ່ອາໄສເຕັກໂນໂລຍີ ຄອມພີວເຕີ
ແລະ ເຕັກໂນໂລຍີ ໂທລະຄົມເພື່ອຊ່ວຍໃນການຕິດຕໍ່ສື່ສານຂໍ້ມູນຂ່າວສານໂດຍລະບົບຄອມພີວເຕີຈະຊ່ວຍໃນການກຽມຂໍ້ມູນປະມວນຜົນໃຫ້ເກີດຂໍ້ມູນຂ່າວສານ
ສຳລັບເພີຍແຜ່ໃຫ້ຜູ້ບໍລິຫານ ແລະ ຜູ້ປະຕິບັດວຽກໂດຍການຈັດສົ່ງຈະອາໄສລະບົບໂທລະຄົມຊ່ວຍໃຫ້ສາມາດສື່ສານກັນທັງໄລຍະໃກ້
ແລະ ໄລຍະໄກເຊັ່ນ : ລະບົບໂທລະສັບ, ລະບົບໄປສະນີອິເລັກໂທນິກ ລະບົບເຄືອຂ່າຍອິນເຕີແນັດ,
ລະບົບສື່ສານດາວທຽມ ຫຼື ລະບົບປະເພດອື່ນໆທີ່ໃຊ້ໃນການສື່ສານ.
2.1 ຂໍ້ມູນຂ່າວສານ (information)
ໝາຍເຖິງຂໍ້ມູນທີ່ຜ່ານການປະມວນຜົນ ແລະ
ເປັນປະໂຫຍດຕໍ່ການດຳເນີນຊີວິດມະນຸດ ມະນຸດແຕ່ລະຄົນຕັ້ງແຕ່ເກີດມາໄດ້ຮຽນຮູ້ສິ່ງຕ່າງໆເປັນຈຳນວນຫຼາຍເຊັ່ນ:
ຮຽນຮູ້ສະພາບສັງຄົມຄວາມເປັນຢູ່ ກົດເກນ ແລະ ວິຊາການເປັນຕົ້ນ
ລອງຈິນຕະນາການເບິ່ງວ່າພາຍໃນສະໜອງຂອງເຮົາເກັບຂໍ້ມູນຫຍັງແດ່ເອົາໄວ້ ເຮົາຄົງຕອບບໍ່ໄດ້
ແຕ່ສາມາດເອີ້ນເອົາຂໍ້ມູນມາໃຊ້ໄດ້ ຂໍ້ມູນທີ່ເກັບໄວ້ໃນສະໜອງເປັນສິ່ງທີ່ສະສົມກັນມາເປັນເວລານານ
ຄວາມຮູ້ຂອງແຕ່ລະຄົນຈິ່ງຂຶ້ນຢູ່ກັບການເອີ້ນໃຊ້ ຂໍ້ມູນນັ້ນ ດັ່ງນັ້ນ ຈະເຫັນໄດ້ຊັດເຈນວ່າຄວາມຮູ້ເກີດຈາກຂໍ້ມູນຂ່າວສານຕ່າງໆ
ທຸກວັນນີ້ມີຂໍ້ມູນຢູ່ອ້ອມຕົວເຮົາຫຼາຍ ຂໍ້ມູນເຫຼົ່ານີ້ມາຈາກສື່ ເຊັ່ນ : ວິທະຍຸ,
ໂທລະທັດ, ໜັງສືພິມ ແລະ ອິນເຕີແນັດ ຫຼື
ແຕ່ການ ສື່ສານລະຫວ່າງບຸກຄົນຈິ່ງມີຜູ້ກ່າວວ່າຍຸກນີ້ເປັນຍຸກຂອງຂໍ້ມູນຂ່າວສານ.
ໝາຍເຖິງຂໍ້ມູນທີ່ສາມາດນໍາໄປໃຊ້ປະໂຫຍດໄດ້
ເພາະມັນໄດ້ຜ່ານການປະມວນຜົນ ດ້ວຍວິທີການທີ່ເໜາະສົມ ແລະ ຖືກຕ້ອງ
ເພື່ອໃຫ້ຜົນຮັບກົງກັບຄວາມຕ້ອງການຂອງຜູ້ໃຊ້ຢູ່ໃນຮູບແບບທີ່ໃຊ້ງານໄດ້ ແລະ
ຈະຕ້ອງຢູ່ໃນໄລຍະເວລາທີ່ຕ້ອງການ ເຊັ່ນ
ເມື່ອຕ້ອງການຂໍ້ມູນຂ່າວສານໄປໃຊ້ໃນການວາງແຜນການຂາຍ
ຂໍ້ມູນຂ່າວສານທີ່ຕ້ອງການກໍຄວນຈະເປັນລາຍງານ
ສະຫຼຸບຍອດການຂາຍແຕ່ລະເດືອນໃນປີຜ່ານມາທີ່ພຽງພໍຕໍ່ການຕັດສິນໃຈ:
ຖ້າຕ້ອງການຂໍ້ມູນຂ່າວສານໃນການສະແດງຜົນການຮຽນ ຂອງນັກຮຽນປະຈຳເດືອນ
ຂໍ້ມູນຂ່າວສານທີ່ຕ້ອງການກໍຈະຕ້ອງແມ່ນຄະແນນສະເລ່ຍຂອງນັກຮຽນແຕ່ລະຄົນໃນເດືອນໜຶ່ງ.
ຂໍ້ມູນ ປະມວນຜົນສະຫຼຸບເປັນແຜນພູມທ່ອນ ເພື່ອການຕັດສິນໃຈ
2.2 ການສື່ສານ ( Communication
)
ຄຳວ່າການສື່ສານ ( Communication
) ມີສັບມາຈາກພາສາລາຕິນວ່າ communis ເຊິ່ງກົງກັບພາສາອັງກິດວ່າ
Commonness ມີຄວາມໝາຍວ່າ ຄວາມເໜືອນກັນ ຫຼື ຄວາມຮ່ວມກັນ ເພາະ
ສະນັ້ນ ທຸກຄັ້ງທີ່ເຮົາເຮັດການສື່ສານ ໝາຍຄວາມວ່າ ເຮົາກຳລັງສ້າງຄວາມຮ່ວມມື ຫຼື
ເໜືອນກັບຄົນອື່ນນັ້ນຄື ພະຍາຍາມທີ່ຈະມີສ່ວນຮັບຮູ້ຂ່າວສານຄວາມຄິດເຫັນ ແລະ
ທ່າທີຢ່າງດຽວກັນນັ້ນເອງ.
ການສືີ່ສານຄື
ການຕິດຕໍ່ກັບມະນຸດດ້ວຍວິທີການຕ່າງໆອັນເຮັດໃຫ້ອີກຝ່າຍໜຶ່ງຮັບຮູ້ຄວາມໝາຍຂອງອີກຝ່າຍໜຶ່ງ
ແລະ ການຕອບສະໜອງ
2.3 ເຕັກໂນໂລຊີ ( Technology)
ຄຳວ່າ Technology ມີສັບມາຈາກພາສາກຣີກ Tech
ໝາຍເຖິງ Art ໃນພາສາອັງກິດ ແລະ ຄຳວ່າ Logos ໝາຍເຖິງ A study of ດັ່ງນັ້ນ Technology ຈິ່ງໝາຍເຖິງ A study of art ເຕັກໂນໂລຊີບໍ່ແມ່ນໝາຍເຖິງສະເພາະເຄື່ອງຈັກ
ກັບຄົນເທົ່ານັ້ນແຕ່ເປັນການຈັດລະບຽບທີ່ມີບູລະນະການ ແລະ ມີຄວາມຊັບຊ້ອນ
ອັນປະກອບດ້ວຍຄົນ ເຄື່ອງຈັກ, ຄວາມຄິດ, ວິທີການ ແລະ ການຈັດການ.
Dr. Edgar Del ໄດ້ໃຫ້ຄວາມໝາຍຂອງຄຳວ່າ “ເຕັກໂນໂລຊີ” ວ່າເຕັກໂນໂລຊີບໍ່ແມ່ນເຄື່ອງມື ແຕ່ເປັນ ແຜນການ ວິທີການເຮັດວຽກຢ່າງມີລະບົບທີ່ເຮັດໃຫ້ບັນລຸຕາມແຜນການ
ແລະ ຈາກ Dictionary of Education ຂອງ Carter V. Good ກ່າວວ່າ “ເຕັກໂນໂລຊີ”
ໝາຍເຖິງການນໍາຄວາມຮູ້ທາງວິທະຍາສາດ
ມາໃຊ້ໃນສາຂາວິຊາຕ່າງໆເພື່ອປັບປຸງລະບົບການເຮັດວຽກໃຫ້ມີປະສິດທິພາບ.
ຮອງສາດສະດາຈານ ຊົມ ພູມີພາກ ກ່າວວ່າ “ເຕັກໂນໂລຊີ”
ທີ່ມີຄວາມໝາຍກວ້າງ ແລະ ເປັນຄວາມຄິດທີ່ຖືກຕ້ອງໃຊ້ໄດ້ກັບທຸກສັງຄົມ ທຸກພາວະ
ກໍ່ເຫັນຈະໄດ້ແກ່ຄຳຈຳກັດຄວາມທີ່ Galbrith ໃຫ້ໄວ້ຄື“ການປະຍຸກຢ່າງມີລະບົບຂອງຄວາມຮູ້ທາງວິທະຍາສາດ
ແລະ ຄວາມຮູ້ດ້ານອື່ນອັນຈັດລະບຽບດີແລ້ວ ຕໍ່ວຽກປະຕິບັດທັັງຫຼາຍ”
ຈາກຄໍາຈໍາກັດຄວາມຂອງຄໍາວ່າ “ເຕັກໂນໂລຊີ”
ທີ່ມີຜູ້ໃຫ້ຄວາມໝາຍໄວ້ຫຼາຍທ່ານດັ່ງກ່າວແລ້ວຈະເຫັນວ່າແຕ່ລະທ່ານກໍ່ໄດ້ໃຫ້ຄວາມໝາຍໄປໃນທາງທີ່ສອດຄ່ອງກັນຄື
ໝາຍເຖິງການນຳຄວາມຮູ້ທາງວິທະຍາສາດ ແລະ ຄວາມຮູ້ດ້ານອື່ນອັນຈັດລະບຽບດີ ແລ້ວ
ມາປະຍຸກຢ່າງມີລະບົບເພື່ອໃຊ້ໃນສາຂາຕ່າງໆດ້ວຍການໃຊ້ ຊັບພະຍາກອນຢ່າງຄຸ້ມຄ່າ
ປະຫຍັດທັງເວລາ ຄ່າໃຊ້ຈ່າຍ ແລະ ແຮງງານ ສາມາດນຳໄປໃຊ້ໃນສະຖານະການຈິງເພື່ອແກ້ບັນຫາໃຫ້ບັນລຸຈຸດໝາຍຢ່າງມີປະສິດທິພາບທັງເປັນການຈັດລະບຽບທີ່ໃຊ້ບູລະນາການ
ແລະຄວາມຊັບຊ້ອນອັນປະກອບໄປດ້ວຍຄົນ, ເຄື່ອງຈັກ, ວິທີການ ແລະ ການຈັດການ.
ປັດຈຸບັນເຕັກໂນໂລຊີຖືກນໍາມາໃຊ້ໃນທຸກວົງການເຊັ່ນ
ນໍາມາໃຊ້ໃນວົງການແພດ ເອີ້້ນວ່າ ເຕັກໂນໂລຊີທາງການແພດ (Medical Technology ) ນໍາມາໃຊ້ທາງກະສິກໍາ ເອີີ້ນວ່າ
ເຕັກໂນໂລຊີທາງກະສິກຳ ( Agrcultural
Technology ) ນຳມາໃຊ້ທາງອຸດສະຫະກຳເອີ້ນວ່າ ເຕັກໂນໂລຊີທາງອຸດສະຫະກຳ ( Industrial Technology) ນຳມາໃຊ້ທາງການສື່ສານເອີ້ນວ່າ
ເຕັກໂນໂລຊີການສື່ສານ(Communication Technology ) ແລະ
ນຳມາໃຊ້ໃນວົງການອື່ນໆອີກຢ່າງຫຼວງຫຼາຍລວມທັງນຳມາໃຊ້ໃນວົງການສຶກສາທີ່ເອີ້ນວ່າ
ເຕັກໂນໂລຊີການສຶກສາ (Educational Technology).
ໂດຍມີຜູ້ໃຫ້ຄວາມໝາຍນີ້ຢ່າງຫຼວງຫຼາຍເຊິ່ງສະຫຼຸບໄດ້ດັ່ງນີ້:
ເຕັກໂນໂລຊີ ໝາຍເຖິງ ການປະຍຸກເອົາຄວາມຮູ້ທາງດ້ານວິທະຍາສາດມາໃຊ້ໃຫ້ເກີດປະໂຫຍດການສຶກສາພັດທະນາອົງຄວາມຮູ້ຕ່າງໆກໍ່ເພື່ອໃຫ້ເຂົ້າໃຈທຳມະຊາດ
ກົດເກນ ຂອງສິ່ງຕ່າງໆ ແລະ ຫາທາງນຳມາປະຍຸກໃຫ້ເກີດປະໂຫຍດ ເຕັກໂນໂລຊີຈິງມີຄວາມໝາຍກວ້າງໄກ
ເປັນຄຳທີ່ເຮົາໄດ້ພົບເຫັນ ແລະ ໄດ້ຍິນຢູ່ຕະຫຼອດມາ.
ຮູບທີ
26 ການສື່ສານໂດຍການນໍາໃຊ້ເຕັກໂນໂລຊີ
2.4 ໄລຍະເວລາຂອງເຕັກໂນໂລຊີ ( Technology timeline )
ເຕັກໂນໂລຊີໃນອາດີດ
ຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ
ເຮັດໃຫ້ມີການພັດທະນາຄົ້ນຫາສິ່ງອຳນວຍຄວາມສະດວກສະບາຍຕໍ່ການດຳລົງຊີວິດຢ່າງຫຼວງຫຼາຍ,
ເຮັດໃຫ້ເຕັກໂນໂລຊີໄດ້ເຂົ້າມາເສີມສ້າງປັດໃຈພື້ນຖານໃນການດຳລົງຊີວິດໄດ້ເປັນຢ່າງດີ, ເຮັດໃຫ້ການກໍ່ສ້າງທີ່ຢູ່ອາໄສມີຄຸນະພາບ
ແລະ ໄດ້ ມາດຕະຖານ, ສາມາດຜະລິດສິນຄ້າ ແລະ ໃຫ້ບໍລິການຕ່າງໆ
ເພື່ອຕອບສະໜອງຄວາມຕ້ອງການຂອງມະນຸດໄດ້ຫຼາຍຂຶ້ນ.
ເຕັກໂນໂລຊີເຮັດໃຫ້ລະບົບການຜະລິດສາມາດຜະລິດສິນຄ້າໄດ້ເປັນຈຳນວນຫຼາຍ,ມີລາຄາຖືກລົງ
ແລະ ສິນຄ້າມີຄຸນະພາບ ນອກຈາກນີ້, ມັນຍັງເຮັດໃຫ້ການຕິດຕໍ່ສື່ສານ,
ການໄປມາຫາສູ່ກັນໄດ້ສະດວກ ແລະ ເຮັດໃຫ້ປະຊາກອນທົ່ວໂລກຕິດຕໍ່ຮັບຟັງຂ່າວສານຂອງກັນ ແລະ
ກັນໄດ້ຕະຫຼອດເວລາ.
ວິວັດທະນາການຂອງເຕັກໂນໂລຊີ ເຮັດໃຫ້ຊີວິດຄວາມເປັນຢູ່ປ່ຽນໄປ.
ໃນອາດີດໂລກໄດ້ກຳເນີດມາປະມານ 4.600 ລ້ານປີ ແລະ ເຊື່ອຖືກັນວ່າວິວັດທະນາການຕາມທໍາມະຊາດໄດ້ເຮັດໃຫ້ສິ່ງທີ່ມີຊີວິດຖືກກໍາເນີດເທິງໂລກປະມານ
500 ລ້ານປີແລ້ວ. ຍຸກໄດໂນເສົາມີອາຍຸໃນຊ່ວງ 200 ລ້ານປີ. ສິ່ງທີ່ມີຊີວິດທີ່ເປັນເຜົ່າພັນມະນຸດຄ່ອຍໆພັດທະນາ
ແລະ ຄາດຄະເນວ່າເມື່ອຫ້າແສນປີກ່ອນມະນຸດສາມາດສົ່ງສັນຍານທ່າທາງສື່ສານລະຫວ່າງກັນ ແລະ
ກັນ ແລະ ພັດທະນາເປັນ ພາສາ. ຈົນເມື່ອປະມານ 5.000 ປີຜ່ານໄປ ມະນຸດສາມາດສ້າງຕົວໝັງສື
ແລະ ຈາລຶກໄວ້ຕາມຝາຖໍ້າ. ເວົ້າໄດ້ວ່າ ມະນຸດຕ້ອງໃຊ້ເວລາດົນນານພໍສົມຄວນໃນການພັດທະນາຕົວໝັງສືທີ່ໃຊ້ແທນພາສາເວົ້າ
ແລະ ຈາກຫຼັກຖານທາງປະຫວັດສາດພົບວ່າ
ມະນຸດສາມາດພິມໜັງສືໄດ້ເມື່ອປະມານ 500 ເຖິງ 800 ປີຜ່ານມານີ້. ເມື່ອເຕັກໂນໂລຊີເຂົ້າມາຊ່ວຍໃນການພິມ
ເຮັດໃຫ້ການສື່ສານຂໍ້ຄວາມ ແລະ ພາສາເພີ່ມຂຶ້ນຫຼາຍ. ເຕັກໂນໂລຊີມີການພັດທະນາຢ່າງຕໍ່ເນື່ອງຈົນສາມາດສື່ສານກັນໄດ້ໂດຍການສົ່ງຂໍ້ຄວາມເປັນສຽງທາງສາຍໂທລະສັບໄດ້ປະມານ100
ກວ່າປີຜ່ານມາ ແລະ ເມື່ອປະມານ 50 ປີຜ່ານມາ ກໍ່ມີການສົ່ງພາບໂທລະທັດ ແລະ ຄອມເພີເຕີ
ເຮັດໃຫ້ມີການໃຊ້ຂໍ້ມູນຂ່າວສານໃນຮູບແບບຂ່າວສານຫຼາຍຂຶ້ນ.
ເຕັກໂນໂລຊີໃນປັດຈຸບັນ
ປັດຈຸບັນມີສະຖານິວິທະຍຸ, ໂທລະທັດ,
ໝັງສືພິມ ແລະ ສື່ຕ່າງໆ ທີ່ໃຊ້ໃນການກະຈາຍຂ່າວສານ ມີການແຜ່ພາບທາງໂທລະທັດຜ່ານດາວທຽມເພື່ອລາຍງານເຫດການສົດ
ເຫັນໄດ້ວ່າເຕັກໂນໂລຊີໄດ້ເຂົ້າມາມີບົດບາດຫຼາຍ ການວິວັດທະນາການຂອງເຕັກໂນໂລຊີໄວຍິ່ງຂຶ້ນ.
ເມື່ອມີການພັດທະນາອຸປະກອນທາງດ້ານຄອມເພີເຕີ ແລະ ສ່ວນປະກອບໂດຍສະເພາະໃນຊ້ວງ 4 -5 ປີທີ່ຜ່ານມາມີຜະລິດຕະພັນໃໝ່ເກີດຂຶ້ນຢ່າງຫຼາຍ.
ຄວາມສຳພັນຂອງເຕັກໂນໂລຊີກັບຊີວິດປະຈຳວັນ
ພວກເຮົາລອງມາຈິນຕະນາການເບິ່ງວ່າພວກເຮົາໄດ້ມີການກ່ຽວຂ້ອງເຕັກໂນໂລຊີແນວໃດແດ່ຈາກຕົວຢ່າງຕໍ່ໄປນີ້.
ເມື່ອຕື່ນນອນເຮົາສາມາດໄດ້ຍິນສຽງຈາກວິທະຍຸເຊິ່ງມີການກະຈາຍສຽງຂ່າວສານ ຫຼື
ສາລະບັນເທິງ.
ພວກເຮົາໃຊ້ໂທລະສັບສື່ສານກັບໝູ່ເພື່ອນ, ເບິ່ງລາຍການໂທລະພາບ,
ສຳລັບຜູ້ທີ່ອາໄສໃນຕົວເມືອງລະຫວ່າງທາງທີ່ມາໂຮງຮຽນ ພວກເຮົາເດີນທາງຜ່ານຖະໜົນຫົນທາງທີ່ມີລະບົບໄຟສັນຍານທີ່ຄວບຄຸມດ້ວຍຄອມພີວເຕີ.
ຢູ່ສູນການຄ້າພວກເຮົາຂຶ້ນລິບ ຂຶ້ນຂັ້ນໄດເລື່ອນທີ່ມີການຄວບຄຸມອຸນະພູມໂດຍອັດຕະໂນມັດ,
ມີການປຸງແຕ່ງອາຫານດ້ວຍເຕົາອົບ ແລະ ຊັກເຄື່ອງດ້ວຍເຄື່ອງຈັກ
ເຊິ່ງຄວບຄຸມດ້ວຍລະບົບຄອມພີວເຕີ, ອີງຕາມສິ່ງທີ່ກ່າວມານັ້ນ ຈະເຫັນວ່າໃນປັດຈຸບັນນີ້
ຊີວິດຄົນໃນຕົວເມືອງໃຫຍ່ໂດຍສະເພາະໃນປະເທດທີ່ພັດທະນາຈະກ່ຽວຂ້ອງກັບເຕັກໂນໂລຊີຢ່າງຫຼວງຫຼາຍ.
ອຸປະກອນສ່ວນໃຫຍ່ໃຊ້ລະບົບຄອມພີວເຕີເປັນສ່ວນປະກອບໃນການເຮັດວຽກ.
ໃນອາດີດ ມະນຸດຍັງບໍ່ມີຖິ່ນຖ່ານແນ່ນອນ,
ມີອາຊີບກະສິກຳ, ລ່າສັດ. ຕໍ່ມາມີການລວມຕົວກັນເປັນສັງຄົມ ແລະ
ເກີດໃຫ້ມີການຜະລິດໃນແບບອຸດສະຫະກຳເພື່ອຕອບສະໜອງສິນຄ້າ ແລະ ບໍລິການຢ່າງຫຼວງຫຼາຍ
ສັງຄົມຈຶ່ງເປັນສັງຄົມທີ່ມີອຸດສາຫະກຳເຂົ້າກ່ຽວຂ້ອງ. ແຕ່ຫຼັງຈາກປີ ຄ.ສ 1985 ລະບົບສື່ສານໂທລະຄົມ ແລະ ຄອມພີວເຕີກ້າວໜ້າຫຼາຍເຮັດໃຫ້ເກີດການປ່ຽນແປງເຂົ້າສູ່ສັງຄົມຂໍ້ມູນຂ່າວສານ,
ດັ່ງນັ້ນ, ຊີວິດການເປັນຢູ່ຈະກ່ຽວຂ້ອງກັບຂໍ້ມູນຂ່າວສານ ຈຳນວນຫຼາຍ.
ການແຜ່ກະຈາຍການສື່ສານໂທລະຄົມມະນາຄົມທົ່ວເຖິງ ເຮັດໃຫ້ຂ່າວສານກະຈາຍໄປຢ່າງວ່ອງໄວ.
ສັງຄົມພວກເຮົາປັດຈຸບັນເປັນສັງຄົມບໍ່ມີພົມແດນ ເພາະຂ່າວສານຈາກປະເທດໜຶ່ງຈະແຜ່ກະຈາຍອອກໄປຫາປະເທດ
ຕ່າງໆໄດ້ຢ່າງວ່ອງໄວ.
ຮູບທີ 27 ເຄື່ອງອໍານວຍຄວາມສະດວກພາຍໃນເຮືອນ
ຄໍາຖາມທ້າຍບົດ
1.ວິວັດທະນາການຂອງການສື່ສານໄດ້ຂະຫຍາຍຕົວຈັກໄລຍະ ? ຄືໄລຍະໃດແດ່ ?
2. I C T ແມ່ນຫຍັງ ?
3.
ວິວັດທະນາການຂອງຄອມພີວເຕີຈັກໄລຍະ ? ຄືໄລຍະໃດແດ່
4.
ຜ່ານມາໄລຍະການຂະຫຍາຍຕົວຄອມພີວເຕີມີຈັກປະເພດ ? ຄືປະເພດໃດແດ່ ?
ແຕ່ລະປະເພດມີຈຸດພິເສດຄືແນວໃດ ?
5. ອິນເຕີເນັດ ແມ່ນຫຍັງ?
6. ຂໍ້ມູນຂ່າວສານແມ່ນຫຍັງ?
7. ການສື່ສານໝາຍຄວາມວ່າແນວໃດ ?
8. ເຕັກໂນໂລຊີມີຄວາມໝາຍ ແລະ ຄວາມສຳຄັນຄືແນວໃດ ?
ຕໍ່ກັບການພັດທະນາໃນດ້ານວຽກງານ
ຕ່າງໆ ແລະ ການດຳລົງຊີວິດຂອງຄົນເຮົາ
What is making money? - Make Money Work
ตอบลบWhen you work as an entrepreneur, it is possible to take risks when หารายได้เสริม What is making money with a bookie or a sports bookie?